Skip to Main Navigation

ແຜນການປຶກສາຫາລືສຳລັບ ຂອບການເປັນຄູ່ຮ່ວມມືລະຫວ່າງ ສປປລາວ ແລະ ກຸ່ມທະນາຄານໂລກ 2022–2026

ທຸກໆ 5 ປີ, ລັດຖະບານແຫ່ງ ສປປ ລາວ ແລະ ກຸ່ມທະນາຄານໂລກ ຈະສ້າງແຜນງານການສະໜອງທຶນກູ້ຢືມ ແລະ ຊ່ວຍເຫຼືອດ້ານວິຊາການໄລຍະ 5 ປີ ທີ່ເອີ້ນກັນວ່າ ຂອບການເປັນຄູ່ຮ່ວມມືກັບປະເທດ ຫຼື Country Partnership Framework (CPF).

ໂດຍສອດຄ່ອງກັບນະໂຍບາຍຂອງ ກຸ່ມທະນາຄານໂລກ, CPF ແລະ ເອກະສານທີ່ເປັນບ່ອນອີງ ແມ່ນສ້າງຂຶ້ນຜ່ານຂະບວນການປຶກສາຫາລືກັບ ຜູ້ມີສ່ວນຮ່ວມຢ່າງກວ້າງຂວາງໃນທົ່ວປະເທດ. ຜູ້ມີສ່ວນຮ່ວມເຫຼົ່ານີ້ລວມມີ:

  • ອົງການຈັດຕັ້ງລັດຖະບານໃນທົ່ວປະເທດ
  • ສະພາແຫ່ງຊາດ
  • ສະຖາບັນບັນຄົ້ນຄວ້າ ແລະ ຄັງປັນຍາ
  • ຄູ່ຮ່ວມພັດທະນາ
  • ອົງການຈັດຕັ້ງທາງສັງຄົມ
  • ຊຸມຊົນຂັ້ນຮາກຖານ
  • ພົນລະເມືອງ

ຈຸດປະສົງຂອງການປຶກສາຫາລືເຫຼົ່ານີ້ແມ່ນເພື່ອ ຮີບໂຮມຄວາມເຫັນກ່ຽວກັບ ຄວາມທ້າທາຍພົ້ນເດັ່ນດ້ານການພັດທະນາທີ່ ສປປ ລາວ ປະເຊີນ ແລະ ຂົງເຂດວຽກງານ ທີ່ ກຸ່ມທະນາຄານໂລກຄວນສຸມການສະໜັບສະໜູນຂອງຕົນໃສ່ ເພື່ອໃຫ້ ການສະໜັບສະໜູນນີ້ ມີຜົນສູງທີ່ສຸດເທົ່າທີ່ເປັນໄປດ້ໃນການສົ່ງເສີມຄວາມສົມດູນ, ການຫລຸດຜ່ອນຄວາມທຸກຍາກ ແລະ ການສ້າງຄວາມອຸດົມຮັ່ງມີຮ່ວມກັນຢ່າງທົ່ວເຖິງ.

ຂະບວນການ

CPF ແມ່ນອີງໃສ່ ການວິເຄາະບັນຫາຂອງປະເທດຢ່າງເປັນລະບົບ (Strategic Country Diagnostic) ແລະ ໃນຂັ້ນຕອນນີ້ຂອງວົງຈອນ/ຂະບວນການແມ່ນອີງໃສ່  ບົດບັນທຶກເສດຖະກິດຂອງປະເທດ (Country Economic Memorandum).   ກອງປະຊຸມປຶກສາຫາລືຮອບທຳອິດ ໄດ້ຖືກຈັດຕັ້ງຂຶ້ນກັບຜູ້ມີສ່ວນຮ່ວມ ຕັ້ງແຕ່ວັນທີ 22 ຫາ 24 ກັນຍາ 2021.

ເນື່ອງຈາກມາດຕະການຈຳກັດທີ່ຕິດພັນກັບການຄວບຄຸມການລະບາດຂອງພະຍາດ COVID-19, ການປຶກສາຫາລື ແມ່ນຈະໄດ້ຈັດຂຶ້ນທາງອອນລາຍ ໂດຍມີແຜນການຈັດ 3 ຄັ້ງດັ່ງຕໍ່ໄປນີ້:

  1. ລັດຖະກອນ, ສະມາຊິກສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າ / ຄັງປັນຍາ ສະເໜີວັນທີ: 9 ທັນວາ, 9-11:30 ໂມງ
  2. ຄູ່ຮ່ວມພັດທະນາ, ພົນລະເມືອງ, ອົງການຈັດຕັ້ງເພື່ອສັງຄົມ ສະເໜີວັນທີ: 10 ທັນວາ, 9.30-12:00 ໂມງ 
  3. ພາກເອກະຊົນ ສະເໜີວັນທີ:13 ທັນວາ, 9-11:30 ໂມງ 

ການປຶກສາຫາລື ຈະປະກອບດ້ວຍການນຳສະເໜີໂດຍ ກຸ່ມທະນາຄານໂລກ ກ່ຽວກັບ ເນື້ອໃນຂອງ CPF ທີ່ແນະນຳ (ເບິ່ງຕົວຢ່າງຮ່າງທີ່ນີ້) ແລະ ໃນໄລຍະການສົນທະນາ ສາມາດຕັ້ງຄຳຖາມ ແລະ ປະກອບຄວາມຄິດເຫັນໄດ້. ຈະມີການແປສົດພາສາ ລາວ-ອັງກິດ.

ເອກະສານກ່ຽວຂ້ອງ ແລະ ບົດສອບຖາມການປຶກສາຫາລື ແມ່ນຈະສາມາດເຂົ້າອ່ານ-ເຂົ້າຫາໄດ້ ໃນໜ້າເວັບໄຊດ໌ ນີ້ ຕະຫຼອດໄລຍະຂອງຂະບວນການປຶກສາຫາລື ເຖິງ ທ້າຍປີ 2021.

ຄວາມເຫັນ/ຄຳແນະນຳທີ່ເປັນລາຍລັກອັກສອນ ແມ່ນສາມາດສົ່ງຜ່ານອີເມລ ເຖິງ laos@worldbank.org ຫຼື ທາງໄປສະນີເຖິງ ທ່ານ ເອເດິນ ແກຼນເດີນິງ (ການປຶກສາຫາລືກ່ຽວກັບ CPF), ຫ້ອງການກຸ່ມທະນາຄານໂລກ, ບ້ານຊຽງຍືນ, ຖະໜົນເຈົ້າຟ້າຫງຸ່ມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.

ພາຍຫຼັງສຳເລັດການປຶກສາຫາລື ກໍ່ຈະໄດ້ກະກຽມຕາຕະລາງສັງລວມຄວາມເຫັນ/ຄຳແນະນຳ ທີ່ໄດ້ນຳເຂົ້າໃສ່ ຮ່າງ CPF ແລະ ຈະມີຄຳອະທິບາຍໃຫ້ ໃນກໍລະນີທີ່ບໍ່ສາມາດນຳເອົາຄວາມເຫັນ/ຄຳແນະນຳເຂົ້າໃສ່ ຮ່າງ CPF. ຕາຕະລາງສັງລວມນີ້ ແມ່ນຈະເອົາຂຶ້ນໃນ ເວັບໄຊດ໌ ສຳລັບການປຶກສາຫາລື.

ກອງປະຊ  ມທ ູ່ ສ  າເລັ ດ

ວັ ນທຫ  ວຂ ້ສະຖານທ ູ່

9/22/2021

ການປຶ ກສາຫາລື ກູ່ ຽວກັ ບ SCD ພາກທ   1

ອອນລາຍ

9/23/2021

ການປຶ ກສາຫາລື ກູ່ ຽວກັ ບ SCD ພາກທ   2

ອອນລາຍ

9/24/2021

ການປຶ ກສາຫາລື ກູ່ ຽວກັ ບ SCD ພາກທ   3

ອອນລາຍ

image